ກ່ຽວກັບເວັບໄຊຕ໌
SOULIYO.COM | Lao IT Channel ຕິດຕາມຂ່າວສານໂລກໄອທີ ກໍ່ຕັ້ງຂຶ້ນໃນເດືອນພະຈິກ ປີ 2009 ແລະ ໄດ້ເປີດໂຕຢ່າງເປັນທາງການໃນວັນທີ່ 30 ເດືອນ ທັນວາ ປີ 2009 ເຊິ່ງກ່ອນຫນ້ານີ້ກໍ່ໄດ້ມີການໃສ່ຊື່ເປັນ Souliyo.co.cc ແລະ ນຳໃຊ້ບໍລິການ Free hosting, ຈົນມາເຖິງເດືອນ ມີນາ ປີ 2010 ກໍ່ໄດ້ປ່ຽນຈາກໂດເມນຟຼີມາເປັນ www.souliyo.com.
SOULIYO.COM | Lao IT Channel ຕິດຕາມຂ່າວສານໂລກໄອທີ ເປັນເວັບໄຊຕ໌ ທີ່ລາຍງານຂ່າວໃນແວດວົງການໄອທີ ເນື່ອງຈາກປະຈຸບັນຄຳວ່າ “ໄອທີ” ນັ້ນໃກ້ໂຕທ່ານຫລາຍກວ່າທີ່ທ່ານຄິດ ແລະ ມີຄວາມຈຳເປັນຕໍ່ຊີວິດປະຈຳວັນ ຕັ້ງແຕ່ວຽກງານຂັ້ນຕຳ ຈົນໄປເຖິງວຽກງານລະດັບສູງ. ນອກຈາກນັ້ນ ທາງເວັບໄຊຕ໌ຍັງມີຫົວຂໍ້ອື່ນໆທີ່ຫນ້າສົນໃຈບໍ່ວ່າຈະເປັນ FreeWare, Gadget, ຂ່າວສັນ, Tips and Trick, ລາຍງານພິເສດ, ແລະຫົວຂໍ້ອື່ນໆເຊິ່ງແຕ່ລະຫົວຂໍ້ກໍ່ ຈະແຕກຕ່າງກັນໄປເຊັ່ນ:
ຂ່າວໄອທີ: ຈະເປັນການນຳສະເຫນີ ແລະ ອັບເດດຂ່າວໃຫມ່ໆ ໃນວົງການໄອທີບໍ່ວ່າຈະເປັນ ຄອມພິວເຕີ, ໂທລະສັບ, ແທັບເລັດ, ທຸລະກິດໄອທີ, ເຄຶອຂ່າຍສັງຄົມອອນໄລນ໌ (Facebook, twitter, hi5, myspace…) ເຊິ່ງກໍ່ຈະເປັນການແປຂ່າວ ມາຈາກເວັບໄຊຕ໌ຕ່າງໆ ຈາກຕ່າງປະເທດ.
FreeWare: ຈະເປັນການນຳສະເຫນີ ໂປຼແກຼມຟຼີ ແລະ ບໍລິການຟຼີເທິງອິນເຕີນເນັດ ມາໃຫ້ໃຊ້ໂດຍບໍ່ມີຄ່າໃຊ້ຈ່າຍໃນການນຳໃຊ້ ແລະ ບໍ່ມີການລະເມີດລິຂະສິດ ຊອຟົຕ໌ແວລ໌ໃດໆ, ແຖມຍັງເປັນຊອຟົຕ໌ແວລ໌ ທີ່ມີຄຸນນະພາບໃຊ້ງານງ່າຍ ແຖມຍັງປອດໄພ ຈາກໄວຣັສ ອີກດ້ວຍ. (ຢ່າລືມ ຊອຟົຕ໌ແວລ໌ ດີໆແລ້ວຟຼີ ຍັງມີໃຫ້ໂຫລດ).
Gadget: ຈະເປັນການນຳສະເຫນີ ອຸປະກອນໄຮເທັກ, ທັນສະໄຫມ, ຫລູຫລາ, ສວຍງາມ ລວມໄປເຖິງອຸປະກອນເສີມຕ່າງໆຂອງ ຄອມພິວເຕີ, ໂທລະສັບ, ແລະອື່ີນໆອີກ ເຊິງອາດຈະມີຂາຍຈິງ ແລະເປັນພຽງຕົ້ນແບບ.
ຂ່າວສັນ: ຈະເປັນການສະນຳເຫນີຂ່າວທີ່ຍັງບໍ່ມີມູນຫລາຍ ເພຶ່ອຢາກນຳສະເຫນີ ບໍ່ໃຫ້ຂາດສາຍ ບາງຄັ້ງອາດຈະຕໍ່ເນື່ອງກັບຫົວຂໍ້ໃຫຍ່.
Tips and Trick (How to): ຈະເປັນການນຳສະເຫນີ ເທັກນິກ ການແກ້ໄຂບັນຄອມພິວເຕີ, ໂທລະສັບ ລວມໄປເຖິງໂປຼແກຼມຕ່າງໆ. ນອກຈາກນີ້ ຍັງມີການສອນວິທີການໃຊ້ງານລູກຫລິ້ນຂອງ ໂປຼແກຼມຕ່າງໆ ອີກດ້ວຍ.
ລາຍງານພິເສດ: ຈະເປັນການນຳສະເຫນີ ບົດຄວາມກວ່າກັບປະຫວັດ ຄວາມເປັນມາຂອງສິ່ງ ທີ່ເປັນທີ່ຮູ້ຈັກກັນທົວໂລກ, ນຳສະເຫນີ ຄວາມຮູ້ເພີ່ມເຕີມກ່ຽວກັບສິ່ງໃຫມ່ໆ, ຊີ້ແຈງຄວາມຫມາຍ, ລາຍລະອຽດແບບເລິກເຊິ່ງ.
ວິດີໂອ: ເປັນຫມວດແນະນຳຄິບວິດີໂອທີ່ຫນ້າສົນໃຈຈາກທົ່ວໂລກ. ນອກນັ້ນຍັງລວມວິດີໂອກ່ຽວກັບງານສຳຄັນໆ ຂອງການເປີດໂຕນະວັດຕະກຳ ຫລື ເທັກໂນໂລຢີອີກດ້ວຍ.
ແທັບເລັດ: ນຳສະເຫນີຂ່າວສານໃນຫມວດຂອງຄອມພິວເຕີແທັບເລັດ ເຊັ່ນ: iPad, Android ແທັບເລັດ ລວມໄປເຖິງຂອງລະບົບປະຕິບັດການອື່ນໆອີກດ້ວຍ.
ໂທລະສັບມືຖື: ນຳສະເຫນີເລື່ອງໂທລະສັບມືຖື, ໂດຍເນັ້ນເລື່ອງຂອງ Smart Phone ເຊັ່ນ: iOS, Blackberry, Android, Windows Phone, Symbian ເປັນຕົ້ນ.
iOS Apps: ແນະນຳແອັບຯ ສຳລັບ iOS ເຊິ່ງໄດ້ແກ່ iPad, iPod touch ແລະ iPhone. ເຊິງແອັບຯທັງຫມົດຈະເປັນແອັບຯທີ່ແຈກຫລ້າ ແລະ ບາງເທຶ່ອອາດຈະມີເວລາຈຳກັດ. ສະນັ້ນ ຫາກໃຜຄິກເຂົ້າໄປແລ້ວເຈີແອັບຯທີ່ຕ້ອງຊື້ ກໍ່ສະແດງວ່າທ່ານມາຊ້າໄປ.
Android Apps: ແນະນຳແອັບຯ ສຳລັບອຸປະກອນ Android ບໍ່ວ່່າຈະເປັນແທັບເລັດ ຫລື ສະມາດໂຟນ. ເຊິ່ງແອັບຯທີ່ນຳມານຳສະເຫນີ ກໍ່ຈະເປັນແອັບຯທີ່ແຈກຫລ້າ ແລະ ທ່ານບໍ່ຈຳເປັນຕ້ອງຊື້. ບາງເທຶ່ອອາດຈະມີເວລາຈຳກັດ. ສະນັ້ນ ຫາກໃຜຄິກເຂົ້າໄປແລ້ວເຈີແອັບຯທີ່ຕ້ອງຊື້ ກໍ່ສະແດງວ່າທ່ານມາຊ້າໄປ.
ແຜນການໃນອານາຄົດ
ອາດຈະມີການເພີ່ມຫົວຂໍ້ໃຫ້ຫລາຍຂຶ້ນ ແລະ ອາດຈະມີເປັນຄິບລາຍການ ທີ່ຈະອັບໂຫລດຂຶ້ນ Youtube ແຕ່ແຜນການດັ່ງກ່າວ ຍັງບໍ່ແນ່ນອນ ອັນເນຶ່ອງມາຈາກທຶນນະຊັບ, ຈຳນວນພົນ, ຫລື ຫາກໃຜສົນໃຈເຂົ້າມາຮ່ວມທີມຂອງພວກເຮົາ ກໍ່ຍິນດີຮັບເປັນທີມດຽວ ພ້ອມນັ້ນອາດຈະມີຂອງທີລະລຶກເລັກໆນ້ອຍໆ ເປັນສິ່ງຕອບແທນ ຫາກໃຜສົນໃຈເປັນນັກຂຽນ ໃນເວັບໄຊຕ໌ຂອງພວກເຮົາກໍ່ສາມາ ຕິດຕໍ່ໄດ້ ທີ່: admin@souliyo.com ຕະຫລອດ 24ຊົ່ວໂມງ.
ລິຂະສິດ ( Copyright Notice )
ລິຂະສິດຂອງ ທຸກຢ່າງ ລວມເຖິງ ບົດຄວາມທັງຫມົດ ໃນເວັບໄຊຕ໌ແຫ່ງນີ້ ສາມາດນຳໄປໃຊ້ງານໄດ້ ແຕ່ຕ້ອງມີການລະບຸທີ່ມາ ເປັນລິ້ງກັບໄປຫາບົດຄວາມນັ້ນໆ, ສຳລັບ ການນຳໃຊ້ທາງທຸລະກິດ ຫລື ສະແຫວງຫາຜົນປະໂຫຍດ ຕ້ອງຕິດຕໍ່ພວກເຮົາ ເພຶ່ອຂໍອະນຸຍາດຢ່າງເປັນທາງການ, ຫາກບໍ່ດັ່ງນັ້ນ ຈະຖືວ່າເປັນການລະເມີດລິຂະສິດຂອງທາງເວັບ.
ບໍລິການຟຣີເວັບໂຮດຕິ້ງ
ບໍລິການຟຼີພື້ນທີ່ສໍາລັບເຮັດເວັບໄຊຕ໌ເພຶ່ອຄົນລາວທຸກຄົນ ໂຮດຕິ້ງປະສິດທິພາບສູງໃຊ້ງານໄດ້ດີ ໃຫ້ພື້ນທີ່ຫລາຍເຖິງ 300 MB ມີລະບົບຖານຂໍ້ມູນ MySQL, Php MyAdmin, FTP, Web File Manager ມາພ້ອມກັບລະບົບຕິດຕັ້ງໂປຼແກຼມ ອັດຕະໂນມັດ ເຊັ່ນ Word Press, SMF, PHPbb, Joomla ແລະອື່ນໆ ອີກຫລາຍຢ່າງ ສາມາດອ່ານເພີ່ມເຕີມໄດ້ທີ່ ຫນ້າບໍລິການ
ເວັບທີ່ມີຢູ່ໃນເຄືອຂອງເຮົາ ແລະ ເຄືອຂ່າຍສັງຄົມອອນໄລ໌ຕ່າງໆ
http://www.souliyo.com
http://space.souliyo.com
http://chrome.souliyo.com
http://www.laotech.org
http://www.laoplay.com
http://www.laofreehost.com
http://souliyo.wordpress.com
http://facebook.com/souliyo
http://facebook.com/LaoITchannel (ຫນ້າ Fan Page)
http://twitter.com/souliyo (ຫລື @souliyo)
http://twitter.com/laoplay (ຫລື @laoplay)
http://twitter.com/LaoITchannel (ຫລື @laoITchannel)
http://www.linkedin.com/in/souliyo
http://www.youtube.com/souliyo
http://www.youtube.com/LaoITchannel
ນຳໂລໂກ້ໄປຕິດໃສ່ເວັບ ຫລື ບຼ໊ອກຂອງທ່ານ
![]() |
![]() |
![]() |